ທຸກໆປີ, ໄດ້ມີການໃຊ້ຈ່າຍເງິນຫຼາຍຕື້ໂດລາຢູ່ໃນກອງທຶນຂອງລັດຖະບານກາງສຳລັບ ໂຮງໝໍ, ພະແນກດັບເພີງ, ໂຮງຮຽນ, ເສັ້ນທາງ ແລະ ຊັບພະຍາກອນອື່ນໆອີກຕາມຂໍ້ມູນການສຳຫຼວດພົນລະ ເມືອງ.
ຜົນໄດ້ຮັບຂອງການສຳຫຼວດພົນລະເມືອງກຳນົດຈຳນວນ ຂອງບ່ອນນັ່ງໃນແຕ່ລະລັດມີຢູ່ໃນລັດຖະສະພາ ແລະ ໄດ້ນຳໃຊ້ພວກມັນເຂົ້າໃນການແຕ້ມເຂດກຳນົດສຳລັບເຂດການລົງຄະແນນສຽງ.
ນອກນັ້ນການສຳຫຼວດພົນລະເມືອງຍັງຖືກຮຽກຮ້ອງໂດຍ ລັດຖະທຳມະນູນສະຫະລັດ: ມາດຕາທີ 1, ຂໍ້ທີ 2, ໃຫ້ອຳນາດແກ່ສະຫະລັດດຳເນີນການນັບປະຊາກອນຂອງ ຕົນເອງໃນທຸກໆ 10ປີໃຫ້ມີຄັ້ງໜຶ່ງ ການນັບຄັ້ງທຳອິດເກີດຂຶ້ນໃນປີ 1790.
ສຳນັກງານສຳຫຼວດພົນລະເມືອງຖືກກຳນົດໂດຍກົດໝາຍ ໃຫ້ປົກປ້ອງຄຳຕອບຂອງທ່ານ ແລະ ເກັບຮັກສາພວກມັນໄວ້ເປັນຄວາມລັບສຸດຍອດ. ຄວາມຈິງແລ້ວ, ພະນັກງານທຸກໆຄົນສາບານທີ່ຈະປົກປ້ອງຂໍ້ມູນສ່ວນບຸກ ຄົນຂອງທ່ານໄປຕະຫຼອດຊີວິດ.
ພາຍໃຕ້ມາດຕາ 13 ຂອງປະມວນກົດໝາຍສະຫະລັດ, ສຳນັກງານສຳຫຼວດພົນລະເມືອງບໍ່ສາມາດເປີດເຜີຍຂໍ້ມູນທີ່ສາມາດລະບຸຕົວຕົນໃດໆກ່ຽວກັບທ່ານ, ເຮືອນຂອງທ່ານ ຫຼື ທຸລະກິດຂອງທານ, ແມ້ແຕ່ໜ່ວຍງານບັງຄົບໃຊ້ກົດໝາຍກໍ່ຕາມ. ກົດໝາຍຮັບປະກັນວ່າຂໍ້ມູນສ່ວນບຸກຄົນຂອງທ່ານໄດ້ຮັບ ການປົກປ້ອງ ແລະ ດັ່ງນັ້ນຄຳຕອບຂອງທ່ານບໍ່ສາມາດຖືກນຳໄປໃຊ້ເພື່ອມາ ຕ້ານກັບທ່ານໂດຍໜ່ວຍງານລັດຖະບານ ຫຼື ສານໃດໜຶ່ງ.
ນີ້ແມ່ນສ່ວນປົກກະຕິຂອງການສຳຫຼວດພົນລະເມືອງປີ 2020. ທ່ານອາດຈະເຫັນພະນັກງານການສຳຫຼວດພົນລະເມືອງຢູ່ ໃນພື້ນທີ່ຂອງທ່ານດ້ວຍບາງເຫດຜົນຄື:
ໃນເດືອນພຶດສະພາ 2020, ຜູ້ເຮັດການສຳຫຼວດປະຊາກອນຈະເລີ່ມໄປຢາມເຮືອນທີ່ບໍ່ໄດ້ຕອບຮັບການສຳຫຼວດພົນລະເມືອງປີ 2020 ເພື່ອຮັບປະກັນໃຫ້ທຸກໆຄົນຖືກນັບ.
ທ່ານສາມາດຊ່ວຍພວກເຮົາໄດ້ໂດຍການແບ່ງປັນຂ່າວ ແລະ ຂໍ້ມູນຂອງສຳນັກງານສຳຫຼວດພົນລະເມືອງກັບໝູ່, ຄອບຄົວ ແລະ ຜູ້ຕິດຕາມ Facebook, Twitter ແລະ Instagram ຂອງທ່ານ.